ຕາດຄະ ປະຕິມາກຳທາງທຳມະຊາດ ເມືອງແປກ ແຂວງຊຽງຂວາງ

ຕາດຄະ ຢູ່ລະຫວ່າງເສັ້ນທາງໂພນສະຫວັນ (ເມືອງແປກ) ຫາກ ເມືອງໜອງແຮດ ແລະ ຈາກທາງເລກ 7 ເຂົ້າໄປປະມານ 5 ກິໂລແມັດ, ທ່ານສາມາດພົບເຫັນຕາດຄະ ທີ່ເປັນຕາດທຳມະຊາດມີຄວາມສວຍງາມເປັນຢ່າງຍິ່ງ.
ພາຍໃນຕາດປະກອບດ້ວຍຫຼາຍຂຶ້ນ ໃນນັ້ນຂັ້ນສຸດທ້າຍມີຄວາມສູງປະມານ 40-50 ແມັດ, ແຕ່ລະຂັ້ນມີຄວາມສວຍງາມ ແລະ ສາມາດຍ່າງໄດ້ແຕ່ລຸ່ມຂຶ້ນເທິງ. ຄວາມກວ້າງຂອງຕາດປະມານ 40-50 ແມັດ. ພາຍໃນຕາດ ແລະ ອ້ອມຂ້າມປະກອບດ້ວຍຕົ້ນໄມ້ ແລະ ຊີວະນາໆພັນ ທີ່ອຸດົມສົມບູນ ຕາດຄະມີນ້ຳໄຫຼຕະຫຼອດປີ ເປັນນ້ຳທີ່ເກີດຈາກຮູຜາ.


Post a Comment