Header Ads

ສວນຊາ 400 ປີ ແຂວງຜົ້ງສາລີ ຊາທີ່ດີທີ່ສຸດໃນ ສປປ.ລາວ


ບ້ານກໍ ແມ່ນເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງຜົ້ງສາລີ, ເປັນບ້ານທີ່ມີປະຫັວດ ການປຸກຊາລ້ຽງຊີບມາແຕ່ດຶກດຳບັນ, ເຊິ່ງເມື່ອກ່ອນ ບ້ານມີຊື່ວ່າ "ບ້ານລຸງຈິງ" ຕາມການເລົ່າຂອງ ຄົນເຖົ້າອາວຸໂສຂອງບ້ານ/ໃຫ້ຮູ້ວ່າ ບ້ານກໍ ແມ່ນນັບແຕ່ມື້ສ້າງຕັ້ງມາຮອດປະຈຸບັນໄດ້ 7 ຊົ່ວຄົນແລ້ວ ພ້ອມທັງສະເລ່ຍໃສ່ກົກຊາທີ່ປູກພ້ອມກັບການສ້າງຕັ້ງບ້ານ ແມ່ນມີອາຍຸປະມານ 400 ກ່ວາປີແລ້ວ.


ສະນັ້ນ, ຊາວເມືອງຈຶ່ງເອີ້ນກັນວ່າ "ກົກຊາ 400 ປີ" ຈົນເທົ່າທຸກມື້ນີ້, ໃນປະຈຸບັນນີ້ ການປູກຊາ, ຂາຍຊາ ເປັນອາຊິບຕົ້ນຕໍ ແລະ ຊາ 400 ກ່ວາປີ ມີປະມານ 32.25 ເຮັກຕາ, ລວມມີກົກຊາ 48.373 ກົກ, ເປັນກົກຊາ ທີ່ມີອາຍຸຍາວແຫ່ງດ່ຽວຢູ່ ສປປ ລາວ, ເຊິ່ງມີໄລຍະຫ່າງຈາກເທດສະບານແຂວງ 15 ກິໂລແມັດ.


No comments

Powered by Blogger.