ຖ້ຳກອງລໍ ຄວາມມະຫັດສະຈັນທາງທຳມະຊາດ ແຫ່ງເມືອງຄູນຄຳ ແຂວງຄຳມ່ວນ
ຖ້ຳກອງລໍ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ທີ່ມີຊື່ສຽງລະດັບແນວໜ້າຂອງໂລກ ຍ້ອນວ່າເປັນຖໍ້າທີ່ມີສາຍນ້ຳຫິນບູນໄຫຼຜ່ານອຸໂມງຂອງພູຫິນບູນເຂົ້າໄປ ແລ້ວປ່ອງໃສ່ແມ່ນ້ຳຂອງ, ຖ້ຳລອງລໍ ຕັ້ງຢູ່ລະຫວ່າງບ້ານນາຕານ ແລະ ບ້ານກອງລໍ, ເມືອງຄູນຄຳ ເຊິ່ງຫ່າງຈາກເມືອງ 46 ກິໂລແມັດ. ບັນດານັກທ່ອງທ່ຽວສາມາດເດີນທາງຈາກເສັ້ນທາງເລກທີ 13 ເຂົ້າໄປຕາມເສັ້ນທາງເລກ 8 ອາດຈະຮອດບ້ານຄູນຄຳ ເຊິ່ງຫ່າງຈາກຖ້ຳກອງລໍ 40 ກິໂລແມັດ. ສຳລັບທາງເລືອກອື່ນທີ່ເໝາະສົມກັບຜູ້ນັກກາຍປະຈົນໄພ ແມ່ນຂີ່ເຮືອຈັກຫາງຍາວ ລ່ອງໄປຕາມສາຍນນ້ຳຫິນບູນຈາກບ້ານນາ. ຈັ່ງໃດກໍ່ຕາມ, ບັນດານັກທ່ອງທ່ຽວ ສາມາດພັກແຮມຄືນນຳເຮືອນຊາວບ້ານ ບ້ານນາຫິນ, ບ້ານນາຕານ ແລະ ບ້ານກອງລໍ.
ຖ້ຳກອງລໍ ມີຄວາມຍາວປະມານ 7,500 ແມັດ, ເຊິ່ງມີຄວາມກວ້າງປະມານ 30 ແມັດ ແລະ ສູງນັບແຕ່ 20 ແມັດ ຫາ 100 ແມັດ. ຖ້ຳກອງລໍເປັນຖ້ຳທີ່ສວຍງານ ແລະ ມີສະເໝ່ດຶງດູດທີ່ສຸດ ເພາະທາງໃນຖ້ຳມີແຫ້ງ, ມີຍ້ອຍ, ຫາດຊາຍທີ່ສວຍງາມຈຳນວນ 20 ກວ່າຈຸດ ເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ. ບັນດານັກທ່ອງທ່ຽວສາມາດຂີ່ເຮືອລອດຜ່ານເຂົ້າໄປໃນຖ້ຳໄດ້ຕະຫຼອດ. ໃນລະດູແລ້ງເປັນໄລຍະເໝາະສົມທີ່ສຸດ ເພື່ອຊົມຮູບໂສມສີສັນຂອງຖ້ຳ ໂດຍການຂີ່ເຮືອເຂົ້າໄປພາຍໃນຖ້ຳ ແລ້ວກໍ່ສາມາດລົງເຮືອ ແວ່ທ່ຽວຊົມທິວທັດ ແລະ ຢ່າງເລາະຫຼິ້ນຕາມຫາດຊາຍຂາວ ດ້ວຍການສຳພັດກັບອາກາດທີ່ເຢັນສະບາຍ. ພາຍໃນຖ້ຳນັກທ່ອງທ່ຽວຈະມີຄວາມສຸກ ພາຍໃຕ້ບັນຍາກາດ “ພາຍໃຕ້ຄວາມສວຍງາມ”. ບົນເສັ້ນທາງພາຍໃນຖ້ຳ ມີຫິນຍ້ອຍ, ໂງ່ນຫິນ ແລະ ທາດຊາຍຈຳນວນຫຼວງຫຼາຍອັນສວຍສົດງົດງາມ ເປັນທີ່ຈັບອົກຈັບໃຈທີ່ສຸດ.
ຖ້ຳກອງລໍ-ນາຕານ ຖືກຄົ້ນພົບແຕ່ສະຕະວັດທີ XVI, ໃນຊຸມປີ 1960 ເລີ່ມນຳໃຊ້ເຮືອຫາງຍາວເປັນພາຫະນະເດີນທາງໄປ-ຜ່ານຖ້ຳແຫ່ງນີ້ຂອງຄົນທ້ອງຖິ່ນ.
ການສຳຫຼວດຢ່າງຈິງຈັງ ເປັນຄັ້ງທຳອິດ ເລີ່ມໃນເດືອນກຸມພາ 1995 ແລະ ພົບວ່ານັກທ່ອງທ່ຽວສາມາດຂີເຮືອຈັກຫາງຍາວ ແລ່ນລອດເຂົ້າຖ້ຳ ແລະ ຜ່ານອອກອີກດ້ານອື່ນ ເຊິ່ງຫຼຸດຜ່ອນເວລາໃນການສັນຈອນຈາກ 2 ຊົ່ວໂມງມາເປັນປະມານ 1 ຊົ່ວໂມງ, ດ້ວຍເຫດນີ້, ອຸໂມງຂອງຖ້ຳນີ້ ຈຶ່ງເປັນເສັ້ນທາງການທ່ອງທ່ຽວທາງເຮືອ ໂດຍເກີດຂຶ້ນ ແລະ ຖືກນຳໃຊ້ທົ່ວໄປນັບແຕ່ວັນທີ 12 ມັງກອນ 2002 ເປັນຕົ້ນມາ. ປັດຈຸບັນນີ້ ອຸໂມງລອດຖ້ຳສາຍນີ້ຈຶ່ງເປັນເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ລະຫວ່າງບ້ານກອງລໍ ຫາ ບ້ານນາຕານ.
ຖ້ຳກອງລໍ ມີຄວາມໝາຍມາຈາກ “ກອງທັບລໍ” ບໍ່ແມ່ນ “ກອງຫຼໍ່” ຍ້ອນເຫດຜົນວ່າ ຄຳວ່າ “ກອງ” ມາຈາກ “ກອງທັບ” ສ່ວນ “ລໍ” ມາຈາກ “ລໍຖ້າ” ເມື່ອລວມເຂົ້າກັນຈຶ່ງເອີ້ນຖ້ຳກອງລໍ ຈົນເທົ່າທຸກວັນນີ້. ໃນຂະນະນັ້ນ, ອາຈາຈັກລາວລ້ານຊ້າງໄດ້ທຳການຕໍ່ສູ້ກັບກອງທັບສັກດີນາສະຫຍາມ ທີ່ເຂົ້າມາຮຸກຮ້ານ ດ້ວຍເຫດນີ້ມັນຈຶ່ງເປັນທີ່ມາຂອງຖ້ຳກອງລໍແຕ່ນັ້ນມາ ແລະ ມີຄວາມໝາຍເປັນ “ກອງທັບລໍຖ້າ” ນັ້ນເອງ.
Post a Comment