Header Ads

ປ່າສະຫງວນແຫ່ງຊາດນ້ຳທ້າ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ


ປ່າສະຫງວນແຫ່ງຊາດນ້ຳຫ້າ, ມໍລະດົກອາຊຽນ, ມີສັດລ້ຽງລູກດ້ວຍນ້ຳນົມ 38 ຊະນິດ ແລະ ມີສັດປ່າທີ່ຫາຍາກຈຳນວນ 22 ຊະນິດ.


ປ່າສະຫງວນແຫ່ງຊາດນ້ຳຫ້າ ເປັນປ່າໄມ້ເຂດຮ້ອນ ທີ່ມີຄວາມຕຶບໜາ ຄາດວ່າປະມານ 30% ຂອງເນື້ອທີ່ປ່າສະຫງວນຍັງເປັນປ່າດົງດິບ ແລະ 60% ເຄີຍຖືກຖາງ. ແຕ່ປັດຈຸບັນໄດ້ກາຍມາເປັນປ່າໄມ້ທຳມະຊາດ ທີ່ເຕັມໄປດ້ວຍໄມ້ຫຼາຍຊະນິດ ເຊິ່ງ 10% ຂອງເນື້ອທີ່ປາໄດ້ປ່ຽນເປັນດິນກະສິກຳ.


ປ່າສະຫງວນແຫ່ງຊາດນ້ຳຫ້າ ຖືກແບ່ງເປັນ 3 ເຂດຄື: ເຂດຫວງຫ້າມເດັດຂາດ, ເຂດນຳໃຊ້ ເພື່ອການເກັບກູ້ເຄື່ອງປ່າຂອງດົງ ແລະ ເຂດເຮັດການກະສິກຳສຳລັບຊາວບ້ານ ຈຳນວນ 104 ບ້ານ ທີ່ດຳລົງຊີວິດຢູ່ໃນບໍລິເວນປ່າສະຫງວນ.


ໃນປີ 1999 ອົງການທ່ອງທ່ຽວແຫ່ງຊາດ ໄດ້ສົມທົບກັບຫ້ອງການທ່ອງທ່ຽວຂອງແຂວງຫຼວງນ້ຳທາ ໂດຍໄດ້ຮັບການສະໜັບສະໜູນທຶນຊ່ວຍເຫຼືອລ້າຈາກປະເທດນິວຊີແລນ ໄດ້ເຂົ້າມາພັດທະນາການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມໃນນາມໂຄງການທ່ອງທ່ຽວອະນຸລັກນ້ຳຫ້າ, ໂດຍຜ່ານໄລຍະເວລາການພັດທະນາ 3 ປີ, ຈົນສ້າງຊື່ສຽງ ແລະ ກ່າຍເປັນຕົວແບບຂອງການພັດທະນາການທ່ອງທ່ຽວຢູ່ປະເທດລາວ ຈົນມາຮອດທຸກມື້ນີ້.






No comments

Powered by Blogger.