Header Ads

ພະທາດສີໂຄດຕະບອງ ປູຊະນີຍະສະຖານແຫ່ງອານາຈັກສີໂຄດຕະບອງ


ພະທາດສີໂຄດຕະບອງ ຕັ້ງຢູ່ບ້ານສີໂຄດ ແຄມຝັ່ແມ່ນ້ຳຂອງໃນວັນເກົ່າ ເຊິ່ງບໍລິເວນນີ້ ເຄີຍເປັນໃຈກາງຂອງອະດີດເມືອງຫຼວງທີ່ເກົ່າແກ່ຂອງອານາຈັກລ້ານຊ້າງ. ຕາມທາງເລກທີ 13 ໃຕ້ ຫ່າງຈາກເມືອງທ່າແຂກ 6 ກິໂລແມັດ.

ເສດຕະສັດ 7 ຊັ້ນໃນແກນເປັນເຫຼັກ, ເສດຕະສັດເຮັດດ້ວຍເງິນ ແລະ ຄຳ, ປາຍເສດຕະສັດມີໂຄມແກ້ວ (ສະເພາະເສດຕະສັດສູງ 2 ແມັດ, ບໍລິເວນຕີນພະທາດກວ້າງດ້ານລະ 25 ແມັດ, ສູງ 30 ແມັດ).

ພະທາດນີ້ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັນທີ VI-VIII ພະທາດນີ້ເປັນບ່ອນບັນຈຸກະດູກອັດຖີຂອງພະພຸດທະເຈົ້າ ໃນສັດຕະວັນທີ VI ໃນນີ້ ຍັງມີຮູບປັ້ນຂອງພະຍາສີໂຄດຕະບອງ ຢືນຢ່າງສະຫງ່າລາສີ.


ພົງສາວະດານກ່າວເຖິງພະທາດໜ່ວຍນີ້ວ່າ: ໃນສັດຕະວັດທີ XVI, ເຊິ່ງເປັນໄລຍະທີ່ອານາຈັກລ້ານຊ້າງຄອບຄອງແຖບນີ້, ພຸດສະທາດສະໜານິກາຍທຫິນນະຍານໄດ້ແຜ່ອິດທິພົນເຂົ້າມາໃນຂົງເຂດນີ້ ແລະ ເຈົ້າຊີວິດໃນສັດຕະວັນທີ 16 (ຄ.ສ 1502-1747) ໄດ້ສັ່ງໃຫ້ມີການບູລະນະພະທາດໜ່ວຍນີ້). ໃນປີ ຄ.ສ 1539, ການປະຕິສັງຂອນເປັນແບບສິລະປະລ້ານຊ້າງ ໂດຍເພີ່ມແບບປະຕິມະກຳ ທີ່ຕິດດອກບົວໃສ່ຈອມທາດ.

ໃນຍຸກສະໄໝຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ບູລະນະ ຈົນເປັນແບບດັ່ງທີ່ເຫັນໃນປັດຈຸບັນີ້ ມາເຖິງປີ ຄ.ສ 1806. ຕໍ່ມາ, ໃນສະໄໝການປົກຄອງຂອງເຈົ້າອານຸວົງ ພະທາດໜ່ວນນີ້ກໍ່ໄດ້ຮັບໄພ ແລະ ການທຳລາຍຈາກສົງຄາມ ຈົນຖືກປ່ອຍປະລະໃຫ້ພະທາດສີໂຄດເສົ້າໝອງຢ່າງສິ້ນເຊີງ.


ໃນສະໄໝທີ່ຝຣັ່ງຄອບຄອງອິນດູຈີນໃນປີ ຄ.ສ 1893 ຫາ 1949, ປະຊາຊົນຄຳມ່ວນ ໄດ້ຮ່ວມກັນສ້າງວິຫານໃສ່ດ້ານເໜືອຂອງພະທາດ ແລ້ວກໍ່ນິມົນເອົາພະພິກຂຸສົງມາຈຳວັດຕະຫຼອດມາ, ພາຍລັງປະກາດເອກະລາດລາວໃນວັນທີ 12 ຕຸລາ 1945, ຊາວພຸດກໍ່ໄດ້ພາກັນບູລະນະພະທາດໜ໋ວນນີ້ ດ້ວຍຄວາມເຫຼື້ອມໃສສັດທາ. ໃນປີ 1950 ປະຊາຊົນລາວ ເຊິ່ງດຳລົງຊີວິດໃນບ້ານ ແລະ ເມືອງທີ່ຢູ່ອ້ອມແອ້ມພະທາດສີໂຄດຕະບອງໄດ້ພາກັນມາຖາກຖາງ, ອະນາໄມເຄືອໄມ້ໃບຫຍ້າ ແລະ ຂູດໂໝກສີດຳອອກ, ຖັດນັ້ນມາ ຫຼາຍສິ່ງຫຼາຍຢ່າງອ້ອມຂ້າງພະທາດໄດ້ຮັບການກໍ່້ສາງຄືນໃໝ່ ໂດຍສະເພາະແມ່ນ “ສິມ” ໃນຊຸມປີ 1970 ແລະ ມີພະໃຫຍ່ອົງພະປະທານ ສະຖິດຢູ່ຜ່າເຜີຍ ໃນບໍລິເວຍເດີນພະທາດນີ້. ປັດຈຸບັນນີ້, ພະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ກາຍເປັນສັນຍາລັກຂອງແຂວງຄຳມ່ວນ, “ຄົນທີ່ເດີນທາງໄປແຂວງຄຳມ່ວນ ບໍ່ໄດ້ໄປກາບໄຫວ້ພະທາດສີໂຄດຕະບອງ ຖືວ່າບໍ່ໄດ້ໄປຮອດໄປເຖິງແຂວງຄຳມ່ວນ”

No comments

Powered by Blogger.