Header Ads

ພະທາດອິງຮັງ ສູນລວມຈິດໃຈຊາວພຸດແຂວງສະຫວັນນະເຂດ


ພະທາດອິງຮັງ ຕັ້ງຢູ່ບ້ານທາດອິງຮັງ, ເມືອງໄກສອນພົມວິຫານ ໄລຍະຫ່າງຈາກຕົວເມືອງ 15 ກິໂລແມັດ, ການເຂົ້າເຖິງແຫຼ່ງສະດວກສະບາຍ ຫ່າງຈາກເຫດສະບານເມືອງເຂົ້າໄປປະມານ 15 ກິໂລແມັດ.

ພະທາດອິງຮັງ ເປັນເຈດີບັນຈຸກະດູກ (ອັດຖິ) ສັນຫຼັງຂອງພະພຸດທະເຈົ້າ ເປັນມໍລະດົກຂອງຊາດ, ເປັນພະທາດທີ່ສັກທິດ ແລະ ເປັນທີ່ສັກກາລະບູຊາຂອງຊາວພຸດລາວ.


ພະທາດອິງຮັງ ຖືກສ້າງຂຶ້ນໃນປີ ພ.ສ 500 ເຊິ່ງນຳພາໂດຍ ພະເຈົ້າສຸມິດຕະທຳ ຜູ້ປົກຄອງເມືອງມະຣຸກຂະນະຄອນ (ອານາຈັກສີໂຄດຕະບູນ) ເພື່ອເປັນອະນຸສອນວ່າຄັ້ງໜຶ່ງ ພະພຸດທະເຈົ້າໄດ້ສະເດັດມາໂພດສັດໃນດິນແດນສຸວັນນະພູມ ແລະ ໄດ້ນັ່ງສັນເຂົ້າອີງຕົ້ນ ຈຶ່ງໄດ້ຊື່ວ່າ "ພະທາດອິງຮັງ".

ພະທາດດັ່ງກ່າວໃນເບື້ອງຕົ້ນເປັນພະທາດນ້ອຍ 4 ຫຼ່ຽມ ຕໍ່ມາໃນປີ 1548 ພະເຈົ້າໄຊຍະເສດຖາທິລາດ ແຫ່ງອານາຈັກລ້ານຊ້າງ ໄດ້ນຳພາປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ໂດຍກວ້າງ 9 ແມັດ ແລະ ສູງ 25 ແມັດ, ເຊິ່ງຍອດພະທາດມີລັກສະນະຄືກັບດອກບົວຈູມ.


ທຸກໆປີຈະມີງານສະເຫຼີມສະຫຼອງ ເພື່ອເປັນການສັກກາລະບູຊາເຖິງພະພຸດທະເຈົ້າ ແລະ ຜູ້ທີ່ສ້າງພະທາດ.






No comments

Powered by Blogger.