Header Ads

ຫໍໄຕປີຕົກ ໜອງລຳຈັນ ເມືອງຈຳພອນ ສູນລວມຄວາມຮູ້ ແລະ ຄຳພີທາງພຸດທະສາສະໜາ


ຫໍໄຕປີດົກ ວັດໜອງລຳຈັນ ເມືອງຈຳພອນ ແຂວງສະຫວັນນະເຂດ ການເຂົ້າເຖິງສະດວກສະບາຍ ຫ່າງຈາກເທດສະບານເມືອງ 28 ກິໂລແມັດ.

ຫໍໄຕປີດົກດັ່ງກ່າວຖືກສ້າງຂຶ້ນໃນສັດຕະວັນທີ 17 ຕໍ່ມາຍາທ່ານ ຫຼັກຄຳພາ ເປັນຜູ້ນຳພາສ້າງ ແລະ ປະຕິສັງຂອນຄືນໃຫຍ່ໃນສັດຕະວັນທີ 19, ແຕ່ນັ້ນມາໄດ້ມີພໍ່ຂຽວ, ຍາທ່ານພູຈວງ, ຍາທ່ານພົມມາ ເປັນຜູ້ຮັກສາ ສືບຕໍ່ກັນມາຕາມລຳດັບ.

ໃນປີ 1990-2001 ໄດ້ມີໂຄງການຮັກສາໜັງສືຜູກໃບລານໂດຍກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ຮັບການສະໜັບສະໜູນທິນໃນການຮັກສາ ແລະ ປົວແປງ ຈາກມູນນິທິໂຕໂຍຕ້າປະເທດຍີ່ປຸ່ນ, ລັດຖະບານສະຫະພັນເຢຍລະມັນ ຮ່ວມກັນພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງ ແລະ ຫ້ອງການເມືອງຈຳພອນ ໄດ້ລົງສຳຫຼວດ ພ້ອມຂຶ້ນບັນຊີຕົວຈິງ, ແຍກ ແລະ ຈັດລຳດັບໄດ້ດັ່ງນີ້: ໜັງສືຜູກໃບລານທັງໝົດມີ 219 ເລື່ອງ, 326 ມັດ, 2,391 ຜູ.

No comments

Powered by Blogger.