Header Ads

ດ່ານໜອງຫຼວງ ປ່າສະຫງວນແຫ່ງຊາດດົງຫົວສາວ ແຂວງຈຳປາສັກ


ດ່ານໜອງຫຼວງ - ດ່ານໜອງໃສ - ປ່າແປກ ຕັ້ງຢູ່ເທິງພູພຽງ ໃນເຂດປ່າສະຫງວນແຫ່ງຊາດດົງຫົວສາວ ທີ່ຢູ່ສູງຈາກໜ້ານ້ຳທະເລ 1200 ແມັດ, ປົກຄຸມໄປດ້ວຍປ່າໄມ້ທີ່ສວຍສົດງົດງາມດັ່ງນີ້: ດ່ານໜອງຫຼອງ ມີເນື້ອທີ່ 80 ເຮັກຕາ, ດ່ານນີ້ມີຈຸດຊົມວິວທີ່ສາມາດເບິ່ງເຫັນທັດສະນີຍະພາບຂອບເຂດເມືອງປະທຸມພອນ ແລະ ບັນດາຕາດເຊັ່ນ: ຕາດຂະມຶດ, ຕາດຕາເກັດ, ຕາດຫິນແດງ, ຕາດລຸງອິ້ວ, ຕາດສະກາລະ, ຕາດເສືອ, ຕາດນົກມຸມ, ຕາດຝຣັ່ງ.


ຢູ່ໃນບໍລິເວນນີ້ມີດອກໄມ້ຫຼາກຫຼາຍຊະນິດທີ່ເບັ່ງບານຕາມລະດູການ, ນອກຈາກນີ້ຍັງມີກິດຈະກຳອື່ນໆອີກເຊັ່ນ: ຂີ່ສາຍສະລິງ, ເຮືອນເທິງຕົ້ນໄມ້ ແລະ ຊາວບ້ານໜອງຫຼວງຍັງມີກິດຈະກຳແບບຊຸມຊົນໃຫ້ໄດ້ເຮັດນຳອີກໂດຍການພາທ່ຽວຍ່າງປ່າ ຊົມສັດສາວະສິງ ແລະ ຊີວະນານາພັນ ພ້ອມທັງໃຫ້ບໍລິການພັກແຮມ (Home Stay) ສະຖານທີ່ແຫ່ງນີ້ຫ່າງຈາກເມືອງປາກຊ່ອງ ປະມານ 13.5 ກິໂລແມັດ


No comments

Powered by Blogger.