Header Ads

ຕາດຕະແລ ເມືອງຮຸນ ແຂວງອຸດົມໄຊ ໜຶ່ງໃນຄວາມງົດງາມທາງທຳມະຊາດທີ່ຕ້ອງໄປຢ້ຽມຢາມ


ຕາດຕະແລ ຕັ້ງຢູ່ບ້ານຕະແລ ຫ່າງຈາກເຫດສະບານເມືອງຮຸນປະມານ 20 ກວ່າກິໂລແມັດ, ການເຂົ້າເຖິງເປັນເສັ້ນທາງດິນແດງ, ຈຸດເດັ່ນຂອງຕາດນີ້ ເປັນນ້ຳຕົກຕາດທີ່ມີຄວາມສວຍງາມທີ່ສຸດອີກແຫ່ງໜຶ່ງ ເຊິ່ງອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບທີ່ມີຕົ້ນໄມ້ໃຫຍ່-ນ້ອຍທີ່ມີໃບດົກໜາຂຽວງາມ ແລະ ເຕັມໄປດ້ວຍນົກນາໆພັນ.

ນ້ຳຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ ມີທັງຕາດໃຫຍ່-ນ້ອຍຢ່ງຢາຍໄປຕາມສາຍນ້ຳຕະແລ ແລະ ຍາວປະມານ 600 ກວ່າແມັດ.







No comments

Powered by Blogger.