Header Ads

ທົ່ງໄຫຫິນ ອະລິຍະທຳທີ່ເກົ່າແກ່ຂອງຍຸກຫິນ ແຫ່ງທົ່ງພຽງເມືອງພວນ ແຂວງຊຽງຂວາງ


ທົ່ງໄຫຫິນ 1 ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງແປກ ປະມານ 8 ກິໂລແມັດ, ໃນນັ້ນປະກອບດ້ວຍໄຫຫິນທັງໝົດ 334 ໜ່ວຍ, ຈາກການປະເມີນທາງດ້ານນ້ຳໜັກ ແລະ ວັດຮອບຕົວຈິງຂອງອົງການ UNESCO ແລ້ວເຫັນວ່າໄຫຫິນໜ່ວຍທີ່ໃຫຍ່ກວ່າໝູ່ມີນ້ຳໜັກຫຼາຍກວ່າ 10,000 ກິໂລກຣາມ ແລະ ມີວັດແທກລວງຮອບໄດ້ 8.14 ແມັດ, ບັນຫາດັ່ກ່າວຈຶ່ງເປັນທີ່ໜ້າສົນໃຈວ່າ ໃນຍຸກ 2500-3000 ປີທີ່ຜ່ານມາ (ປີທີ່ໄຫຫິນຖືກສ້າງຂຶ້ນ) ກ່ອນໜ້າທີ່ບໍ່ມີກົນຈັກທີ່ທັນສະໄໝ ຈຶ່ງໜ້າຕັ້ງຂໍ້ສັງເກດວ່າ ຄົນສະໄໝກ່ອນຂົນຍ້າຍໄຫຫິນດ້ວຍວິທີໃດ ຈາກບ່ອນຜະລິດໄຫຫິນ (ພູເກັງ) ທີ່ມີໄລຍະທາງເກືອບ 10 ກິໂລແມັດ.

ພາຍໃນທົ່ງໄຫຫິນຍັງມີຖ້ຳ ທີ່ມີຄວາມລຶກລັບທາງປະຫວັດສາດອີກຫຼາຍຢ່າງທີ່ໜ້າສຶກສາ.





No comments

Powered by Blogger.