Header Ads

ຈຸແວ່ ປີ້ງໄກ່ນາປົ່ງ ໜຶ່ງໃນເມນູອາຫານທີ່ຂຶ້ນຊື່ ແລະ ເປັນເອກະລັກຂອງແຂວງສາລະວັນ


ຈຸແວ່ບ້ານນາປົ່ງ ຫຼື ປີ້ງໄກ່ນາປົ່ງ ໃນເບື້ອງຕົ້ນແມ່ນເລີ່ມຈາກປີ້ງຂາໄກ່ ຫຼື ປີ້ງຊິ້ນ ສ່ວນຂອງພໍ່ທິດຫຼ້າເປັນຜູ້ລິເລີ່ມໃນປີ 1945 ມາຮອດປີ 1984 ໄດ້ເລີ່ມການຈັດຕັ້ງເປັນສະຫະກອນກຸ່ມການຄ້າປີ້ງໄກ່ໂຕ, ແຕ່ປີ 1986 ຫາ 2002 ແມ່ນໄດ້ມີການຈັດເປັນລະບຽບກວ່າເກົ່າ ແລະ ໄດ້ມີການຈັດງານນິທັດສະການພາຂວັນໃຫຍ່-ປີ້ງໄກ່ນາປົ່ງພ້ອມກັບການຈົດທະບຽນຂິລະສິດ, ມາຮອດປີ 2007 ເຖິງປັດຈຸບັນໄດ້ມີການຂາຍເປີດກວ້າງສູ່ໂລກພາຍນອກໂດຍທ່ານ ບຸນ ທ່ຽງ ລັດຕະນະວົງ ໄດ້ເຊົ່າລິຂະສິດ ພ້ອມເປີດສາຂາຢູ່ວຽງຈັນ ມີຮ້ານສີບຸນເຮືອງ ສາຂາ 1 ແລະ ຮ້ານໂພນທັນ ສາຂາ 2 ໂດຍເອົາປະຊາຊົນບ້ານນາປົ່ງ ເປັນພະນັກງານປຸງແຕ່ງ ແລະ ປີ້ງໄກ່ຕາມເອກະລັກ ແລະ ລົດຊາດດັ້ງເດີມ.

ບ້ານນາປົ່ງຕັ້ງຢູ່ເມືອງຄົງເຊໂດນ ຫ່າງຈາກເທດສະບານເມືອງ 4 ກິໂລແມັດ.



No comments

Powered by Blogger.