ຖ້ຳຂຸນເຊ (ຖ້ຳນ້ຳລອດເຊບັ້ງໄຟ) ສະຖານທີ່ເໜືອຈິນຕະນາການແຫ່ງເມືອງບົວລະພາ
ຖ້ຳນ້ຳລອດເຊບັ້ງໄຟ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຖ້ຳນີ້ກໍ່ເປັນອີກແຫ່ງໜຶ່ງຂອງແຂວງຄຳມ່ວນ ທີ່ມີຄວາມສວຍງາມ ແລະ ມີຄວາມ ກ້ວາງໃຫຍ່ກ່ວາບັນດາຖ້ຳອື່ນໆ ໃນຂອບເຂດນີ້.
ຖ້ຳນ້ຳລອດເຊບັ້ງໄຟໄຫຼຜ່ານ ມີຄວາມຍາວເຖິງ 9.5 ກິໂລແມັດ. ຂຶ້ນລົດໄປຕາມເສັ້ນທາງເລກທີ 12 ເມືອງມະຫາໄຊ, ແລ້ວລ້ຽວຂວາມຸ່ງລົງສູ່ຖ້ຳນ້ຳລອດເຊບັ້ງໄຟ, ຢູ່ທາງດ້ານຕາເວັນອອກສຽ່ງເໜືອຂອງເມືອງບົວລະພາ, ຕັ້ງຢູ່ໜອງປີງ ຫ່າງຈາກເມືອງ 15 ກິໂລແມັດ. (ໄລຍະໃນການເດີນທາງຈາກບ້ານໜອງປີງໄປຫາສະຖານທີທ່ອງທ່ຽວແມ່ນ: ຍ່າງ)
Post a Comment