ຂຸນກອງແລງ ວັງນ້ຳທຳມະຊາດ ດຸດດັ່ງວັງມໍລະກົດ ທີ່ເມືອງຫິນບູນ
![](https://blogger.googleusercontent.com/img/b/R29vZ2xl/AVvXsEh3-Wco6k-OfzrrEzoTmxzV8bJ2lmtPQbY-Db5V5QfFtuhZf3LZW8hOjABBTJX5Gxq0OPp3EVmKsW_F7___3lZ-ymbE4qmg63U-49zt4B5dXs4fIlN1ote7pku-iNMbVs_SkJTJfLVkkv8/s1600/9.jpg)
ຂຸນນ້ຳກອງແລງ: ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດ ຕັ້ງຢູ່ບ້ານນາຄື, ເມືອງຫີນບູນ ຂຶ້ນລົດຕາມເສັ້ນທາງເລກ 13 ໃຕ້, ຫ່າງຈາກຕົວ ເມືອງ 19 ກິໂລແມັດ. ຂຸນນ້ຳກອງແລງເປັນບ່ອນກຳເນີດຂອງນ້ຳກອງແລງ ຊຶ່ງເປັນສາຂາຂອງນ້ຳຄອນແກ້ວ, ເປັນວັງນ້ຳສີຟ້າເຂັ້ມກວ້າງ 1960-1970 ແມັດ, ເລິກກວ່າ 25 ແມັດ, ນ້ຳໃນຂຸນກອງໃນປີໜຶ່ງຈະປ່ຽນເປັນ 3 ສີຄື: ສີຂຽວມໍລະກົດ, ແດງ ແລະ ສີຟ້າໃສ. ລັກສະນະຂອງນ້ຳຂຸນ ກອງແລງເປັນວົງຮູບຫນ່ວຍມົນຄືກັບກອກສູບຢາ. ພື້ນລຸ່ມນ້ຳມີແປວນ້ຳຢູ່ 1 ແປວ ຍາວ 22 ແມັດ (ສະເພາະບ່ອນທີ່ສາມາດເຂົ້າໄດ້) ອ້ອມຮອບ ວົງນີ້ເຕັມໄປດ້ວຍຕົ້ນຂະມ້າ. ຂຸນກອງແລງ ແມ່ນເອີ້ນຕາມຕຳນານວ່າ: ຮອດເວລາແລງວັນສິນມາ ສະໃຫມກ່ອນຈະໄດ້ຍິນສຽງດັງຕຶ່ງໆ ຄືກັບສຽງ ກອງແລງ ທີ່ຄູບາຕີຢູ່ວັດໃນຍາມແລງ, ຕາມຄວາມເຊື່ອແມ່ນຄົນບັງບົດເປັນຜູ້ຕີ.
ຂຸນນ້ຳນີ້ຫ້າມຫາປາ ແລະ ຫ້າມອາບນ້ຳ. ນິທານພື້ນບ້ານກ່ຽວກັບຂຸນນ້ຳກອງແລງ: ກ່ອນຫນ້ານີ້ຫຼາຍຮ້ອຍປີຜ່ານມາທີ່ວັດບ້ານນາຄືມີພະອາຈານ ອົງຫນຶ່ງຊື່ວ່າ: ຍາຄູປາກບ້ຽວ ແລະ ສຳມະເນນນ້ອຍອົງຫນຶ່ງ (ບໍ່ປະກົດມີຊື່) ທັງສອງໄດ້ມາອາບນ້ຳຢູ່ໃນຂຸນແຫ່ງນີ້ ອາບນ້ຳແລ້ວກໍ່ນັ່ງງອຍງ່າໄມ້ ສູບຢາ ພໍດີກອກຢາຫຼຸດມືຕົກລົງພື້ນນ້ຳ ເພື່ອຊອກຫາກອກຢາ ສ່ວນອ້າຍຈົວນ້ອຍກໍ່ຢູ່ເທິງຖ້າຕໍ່ສົ້ນໄໝໃສ່ຫຼອດອື່ນຈົນຫມົດ 7 ຫຼອດ ພໍດີຍາຄູກໍ່ເຖິງ ພື້ນນ້ຳຢູ່ຈຸດໃຈກາງຂອງຂຸນນັ້ນ ຍາຄູໄດ້ພົບທໍ່ແກ້ວໃຫຍ່ອັນຫນຶ່ງ ເປັນສີມໍລະກົດໃສງາມແຕ່ມີນ້ຳຢູ່ໃນ ໃຫຍ່ເທົ່າກັບກອງ (ກອງດຶກ, ກອງເພນ ຫຼື ກອງແລງ) ທີ່ຄູບາໃຊ້ຕີຢູ່ວັດກໍ່ເລີຍຮ້ອງຂຸນແຫ່ງນີ້ວ່າ: ຂຸນກອງແລງ ຫຼື ຂຸນນ້ຳກອງແລງ ມາຮອດປະຈຸບັນນີ້.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhbOroOHJYlDG8scrILTWa1OKC0fLgc-irVsbmi1AWamropxgm6cTsqtUvq3SQ1orEEP7K2_BQxHiN1QWQRvjVEHmWw7nZKZM-SiPq10A1wCddyla61we5YDT61V6OVXXsozt0Qs0llXUA/s1600/10.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgjga0qBUB3UAK8Pv0glPEe0aRWqxDOjrcP4fbjAprzDQBiH4SZkXTYYezXX03bM4RIAzMz6-j9J-Bm8sP-1mxvMwM_oFYCj74SuolGgD9vJRok80owVmlsHTVgLfq1dIzI3M5y3VU3FFo/s1600/11.jpg)
Post a Comment