ທາດສາມປາງ ອີກໜຶ່ງອະລິຍະທຳຂອມບູຮານ ໃນດິນແດນລາວໃຕ້
![](https://blogger.googleusercontent.com/img/b/R29vZ2xl/AVvXsEgLJMHaEHapK-zMWV6UvbrqllUSvv44FypbmogQon4fzoPpVFdV2LYo8UUoarT_YE-1Dm67NsJIGOOl_WwaNCAZ6mNkfA58UTFZGUrhCLRgLh4Ry-RnMhoLwREI4I-RwwgyLvVBEBPuu_w/s1600/13.jpg)
ທາດສາມປາງ, ເມືອງສຸຂຸມາ; ທາດສາມປາງ ເປັນສະຖານບູຮານທີ່ເກົ່າແກ່ ຂອງເມືອງສຸຂຸມາ ກໍ່ຄືແຂວງຈໍາປາສັກ. ຕັ້ງຢູ່ເຂດ 4 ໂນນຍ່າງ, ເມືອງສຸຂຸມາ. ຫ່າງຈາກເມືອງສຸຂຸມາ ໄປທາງຕາເວັນຕົກສຽງເໜືອປະມານ 13 ກິໂລແມັດ, ຫ່າງຈາກເມືອງປາກເຊໄປທາງຕາເວັນຕົກສຽງໃຕ້ປະມານ 72 ກິໂລແມັດ, ສະຖານທີ່ແຫ່ງນີ້ ຕັ້ງຢູ່ທົ່ງຮາບຫ້ວຍຂະໜວນ ເຊິ່ງເປັນສາຂາໜຶ່ງ ຂອງແມ່ນໍ້າຂອງ. ໃນອາດີດ ຫ້ວຍນີ້ມີນໍ້າໄຫຼ່ຕະຫຼອດ, ຄົນບູຮານໄດ້ໃຊ້ເປັນທາງຂົນສົ່ງ ແລະ ໄປ ມາຫາສູ່ກັນ. ພ້ອມນີ້ ຍັງມີເສັ້ນທາງບູຮານ ໄດ້ເນັ່ງຈາກວັດພູໄປທາງໃຕ້ ຈົນເຖິງຊາຍແດນກຳປູເຈຍ. ປັດຈຸບັນນີ້ ຍັງໄດ້ ພົບເຫັນຢູ່ບາງຕອນ ກໍ່ຖືກທຳລາຍ ໂດຍສະເພາະປະຊາຊົນເຮັດໄຮ່, ເຮັດນາ, ປຸກເຮືອນຊານໃສ່ ແຕ່ກໍ່ຍັງສາມາດສັນ ນິຖານໄດ້ວ່າ: ແມ່ນເສັ້ນທາງຄູບູຮານ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhMcidpGJtm8Vaj3yuCbOxcw-SM9HgwMpFUx4jpjFm583jii64HDwAQMh0aMEcX2asUvq1DcJlS-spEukVvvs0F4zF7kau_PiwHpnS7ATYglIRukmwkB1ikVuUbLFFOvFRnMzkW9ZKMvh0/s1600/12.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEg3W9phu032O3cJ7GLNgMHTfDC4bgsXTHL0Oq8XYAEltMhtLcOCmG8EQwKARZNba71Afdv4rfMa8IL1EBZ099ETrOmQdYF_i5ssYsMHOOfG4OgCU7G0cHG4IRk6VQy3HN1qC3WfzMBVxl0/s1600/14.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEgYozqjBPnAjN0XZsu8guNtnfc4EtgDIPSAJrdjNToCIzkjrEzqjgZ3XmOj8o9LcsUE7XoqRUaNUrrLBPhXJH20TA7j7kAA6OsjU2yuPMj_Hf1pkro-5d4tNBdlSVOlSA7CHkUysu7y7zA/s1600/15.jpg)
Post a Comment